ສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ
ແຫ່ງຊາດ ຄົບຮອບ 58 ປີ
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຍ່າງເພື່ອສະເຫຼີມສະຫຼອງວັນໄປສະ ນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບ
ຮອບ 58 ປີ (13/3/1965-13/3 2023) ໃນວັນທີ 12 ມີນາ 2023 ນີ້ ທີ່ສວນປະຕູໄຊນະ ຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ບໍ່ວຽງ
ຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າຫ້ອງການ,
ຫົວໜ້າອົງການ ທີ່ມາຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ຈຸດປະສົງຂອງການເຕົ້າໂຮມ ກໍເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງໄປສະນີ ແລະ ໂທລະຄົມມະນາ
ຄົມຂອງ ສປປ ລາວ ຄົບຮອບ 58 ປີ ຊຶ່ງສອງວັນດັ່ງກ່າວ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການໄປສະນີ ແລະ ກົດໝາຍວ່າດ້ວຍ ການໂທລະຄົມມະນາ
ຄົມ; ໃນແຕ່ລະປີຂະແໜງການເຕັກໂນໂລຊີ ແລະ ການສື່ສານໄດ້ຈັດໃຫ້ມີການສະເຫຼີມ ສະຫຼອງສອງວັນທີ່ມີຄວາມໝາຍສຳຄັນດັ່ງກ່າວ ຢ່າງເປັນຂະບວນ
ຟົດຟື້ນໃນທົ່ວປະເທດ ພາຍໃຕ້ຄຳຂວັນ: “ປັບປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດີຈີຕອນໃນ
ທົ່ວປະເທດ”. ພາຍໃນກະຊວງ ກໍຄືຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງສະເຫຼີມສະ ຫຼອງ ໂດຍໃຫ້ມີການສຳມະນາການຫັນເປັນດີຈີຕອນໃນທົ່ວປະເທດ
ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈີຕອນ 2021-2025, ຈັດຕັ້ງການເຜີຍແຜ່ຖະແຫຼງການກ່ຽວກັບວັນດັ່ງ
ກ່າວປະຈຳປີ 2023 ແລະ ກິດຈະກຳອື່ນໆ ເພື່ອຮັດແໜ້ນຄວາມສາມັກຄີພາຍໃນຂະແໜງການກັບພາກສ່ວນອື່ນ ແລະ ກິດຈະກຳຍ່າງເພື່ອສຸຂະພາບໃນມື້ນີ້
ກໍເປັນສ່ວນໜຶ່ງຂອງກິດຈະກຳດັ່ງກ່າວ. ການສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ໃນປີນີ້ ເປັນການປູກຈິດສຳ
ນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ, ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າ ຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງ ຫຼາຍ ໃຫ້ເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ, ໂທລະຄົມມະ ນາຄົມຕໍ່ການພັດ
ທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນກໍເພື່ອພັດທະນາວຽກງານໄປສະນີ, ໂທລະຄົມມະນາຄົມ ໃຫ້ຊຸກຍູ້ສົ່ງເສີມການຄ້າອອນລາຍ, ການຜະລິດອຸດສາ
ຫະກຳໃນຍຸກດີຈີຕອນ ແລະ ການຖ່າຍທອດເຕັກໂນໂລຊີດີຈີຕອນທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາ ເພື່ອປະກອບສ່ວນການ ຈັດຕັ້ງຜັນຂະຫຍາຍ
ແຜນພັດທະນາເສດຖະກິດດີຈີຕອນຂອງປະເທດເຮົາໃຫ້ປະກົດຜົນເປັນຈິງ.
ໃນໂອກາດດັ່ງກ່າວ, ທ່ານ ບໍ່ວຽງຄຳ ວົງດາລາ ຍັງໄດ້ ຮຽກຮ້ອງມາຍັງບັນດາທ່ານທັງຫຼາຍທີ່ນຳໃຊ້ການບໍລິການໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ ມີຜົນປະໂຫຍດສູງສຸດໃນທຸກໆຂົງເຂດວຽກງານ ແລະ ທົ່ວທຸກຂະແໜງການທັງພາກລັດ ແລະ ເອກະຊົນ ເພື່ອຫັນການຜະລິດ ແລະ ການບໍລິການເຂົ້າ ສູ່ລວງເລິກ, ຍົກສູງສະມັດຖະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນ ເພື່ອຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ປະກົດຜົນ ເປັນຈິງ.
ແຫຼ່ງທີ່ມາ:ຈັນທະວົງ ອຸ່ນວິໄລຫົງ
ວັນທີ 14/03/2023